ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ຈັດ​ງານ​ມະ​ຫະ​ກຳ​ ການ​ຄ້າ-ການ​ລົງທຶນ​ສາກົນ


     ສຳນັກ​ຂ່າວ ຊິນ​ຮວາ ລາຍ​ງານ​ໃນ​ວັນ​ທີ 9 ກັນຍາ, ນະຄອນ ​ຊຽງ​ເໝິນ ແຂວງ​ຝູ​ຈຽນ ທາງ​ພາກຕາເວັນ​ອອກ​ຂອງ ຈີນ ໄດ້​ເປີດ​ງານ​ມະ​ຫະ​ກຳການ​
ລົງທຶນ ແລະ ການ​ຄ້ານານາ​ຊາດ ຈີນ ຄັ້ງ​ທີ 23 (CIFIT) ເປັນ​ເວລາ 4 ວັນ ເພື່ອ​ຊຸກຍູ້ການ​ລົງທຶນ ແລະ ການ​ສົ່ງເສີມການ​ຟື້ນ​ຟູ​ເສດຖະກິດ​ໂລກ. ງານ
​ມະຫາ​ກຳ​ດັ່ງກ່າວ, ພາຍ​ໃຕ້​ຄຳ​ຂວັນ “ການ​ເປີດ​ກວ້າງ ແລະ ບູລະນະ​ການກຸນແຈ​ສຳຄັນໃນ​ການ​ກ້າວ​ໄປ​ສູ່​ການ​ພັດທະນາທີ່​ມີ​ຄຸນ​ນະ​ພາບ​ສູງ”  ໂດຍ​ເລີ່ມ
​ຕົ້ນ​ດ້ວຍການ​ເປີດ​ພິທີ ແລະ ຕາມ​ດ້ວຍ​ກິດຈະກຳ​ຫຼາກ​ຫຼາຍລວມ​ທັງກອງ​ປະຊຸມ​ສຳ​ມະ​ນາ, ນິ​ເທດສະການ ແລະ ການ​ຈັບ​ຄູ່ທາງ​ທຸລະ​ກິດ ລວມ​ເຖິງ
ການ​ເຜີຍແຜ່ລາຍ​ງານ​ວິໄຈດ້ານ​ການ​ລົງທຶນ.

     ງານ​ມະ​ຫະ​ກຳ​ຄັ້ງ​ນີ້, ໄດ້​ກວມ​ເອົາ​ພື້ນ​ທີ່ປະມານ 120.000 ຕະລາງ​ແມັດ ເພື່ອ​ມຸ່ງ​ໄປ​ສູ່ເສດຖະກິດ​ດິ​ຈິ​ຕອນ, ການ​ຜະລິດ​ອັດ​ສະ​ຣິ​ຍະ, ການ​ພັດທະ
ນາ​ທີ່​ເປັນ​ມິດ​ກັບ​ສິ່ງແວດລ້ອມ, ການ​ປ່ອຍ​ກາກ​ບອນ​ຕ່ຳ ແລະ ການ​ຟື້ນ​ຟູ​ຊົນນະບົດ.

     ໂດຍ​ມີອົງ​ກອນ ແລະ ຜູ້​ປະກອບ​ການຈາກ​ທົ່ວ​ໂລກເຂົ້າ​ຮ່ວມ 1.000 ຄົນ. ຈຳນວນ ແລະ ລະດັບ​ການ ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ໃນ​ປີ​ນີ້​ເພີ່ມ​ຂຶ້ນ ເມື່ອ​
ທຽບໃສ່​ຊຸມ​ປີຜ່ານມາ, ໂດຍ​ມີ​ອົງ​ກອນລະຫວ່າງ​ປະເທດ​ຢ່າງ​ຫຼວງ​ຫຼາຍ ລວມ​ເຖິງອົງການ​ພັດທະນາ​ອຸດສາຫະກຳແຫ່ງ​ສະຫະ​ປະຊາ​ຊາດ (UNIDO). ສ່ວນ
ບຣາ​ຊິນ, ແຊກ​ບີ ແລະ ກາ​ຕາ ເປັນ​ປະເທດກຽດຕິຍົດປະຈຳ​ງານ​ໃນ​ປີ​ນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/09/2023